วันจันทร์ที่ 22 ตุลาคม พ.ศ. 2555

    
 ພຣະເດຊພຣະຄູຣ ພຣະຄຣູອະນາວິໂຣ ບຸນທອງ ວິປຣະໄຊຍ໌ ( ພຣະອາຈາຣຍ໌ໃຫຍ່ ຊາໂງນ )
ໄດ້ມໍຣະນະພາບລະສັງຂາຣໄປແລ້ວ ໃນມື້ວັນທີ 15 ຕຸລາ 2555 ເວລາ 06:00 ນ ທີ່ວັດພູສະເຫລົ້າ 
             
 ຈະເຣິນພອນ ຊາວພຸທທະບໍລິສັດທັງຫລາຍ ຜູ້ມີໃຈເສຍສະລະມາຮ່ວມບຸນປະວໍລະນາອອກພັນສາ ປະຈຳປີ ພສ 2556 ທາງເມືອງປາກເຊ ແຂວງຈຳປາສັກ ໄດ້ມີການຈັດຂະບວນແຫ່ໂຄມໄຟ ເພື່ອຖວາຍບູຊາ ຄຸນພຣະສີ ຣັຕຕະນະຕັຍ ເຊີ່ງມີຫລາຍຂະບວນແຫ່ແລະນຳພາໂດຍ ພຣະອາຈາຣຍ໌ໃຫຍ່ ມະຫາສຸວັນ ຈັນທະຣາຊ ປະທານ ອພສ ແຂວງຈຳປາສັກ ພ້ອມພຣະສົງຈຳນວນ 200 ກ່ວາອົງໃນເມືອງປາກເຊ ແລະຂະບວນຕິດຕໍ່ມາ ພາກສ່ວນບ້ານ ພາກສ່ວນສະຖາບັນການສຶກສາ ເປັນຕົ້ນ

ມື້ອອກພັນສາໂລກາວິວອນ ພຣະພຸທທະເຈົ້າເປີດໂລກທັງສາມໃຫ້ເຫັນກັນທັງຫມົດ ສະຫວັນ ກໍ່ເຫັນມະນຸດ ເຫັນນາຣົກ ມະນຸດກໍ່ເຫັນສະຫວັນ ເຫັນນາຣົກ ສັດນາຣົກ ກໍ່ເຫັນສະຫວັນ ເຫັນມະນຸດ ເຊັ່ນກັນ